ກະຊວງແຮງງານແລະ ສະຫວັດດີການ ສັງຄົມລະບຸວ່າ: ການປະຕິບັດວຍກງານດັ່ງກ່າວ ໃນໄລຍະ 3 ປີຜ່ານມາ 2005-2007 ແມ່ນສາມາດຊ່ວຍເຫລືອເດັກ ແລະ ໄວໜຸ່ມຂ້າງຖະໜົນໃນນະຄອນຫລວງວຽງຈັນຄືນສູ່ຄອບຄົວ, ທັງປ້ອງກັນບໍ່ໃຫ້ເດັກ ທີ່ຢູ່ໃນຄວາມສ່ຽງຕົກເປັນເດັກຂ້າງຖະໜົນ ຢ່າງມີປະສິດທິຜົນ ເປັນຕົ້ນ: ໄດ້ເປີດສູນບໍລິການໜຶ່ງແຫ່ງ ມີເດັກເຂົ້າມາບໍລິການປະມານ 35-40 ຄົນ/ວັນ, ໃນນັ້ນມີເດັກຈຳນວນ 30-40 ຄົນ ໄດ້ຮັບເຂົ້າກິນພັກເຊົາຕະຫລອດ 24 ຊົ່ວໂມງ; ເປີດຮ້ານອາຫານ ແລະ ຮ້ານສ້ອງແປງລົດຈັກ ເປັນການສ້າງລາຍຮັບ ທັງຝຶກອົບຮົມວິຊາຊີບ; ໄດ້ປຸກລະດົມເດັກເດັກກັບຄືນສູ່ຄອບຄົວຈຳນວນ 80 ຄົນ. ນອກນີ້ຍັງໄດ້ໃຫ້ການສົ່ງເສີມການສ້າງລາຍຮັບແກ່ຄອບຄົວເດັກຂ້າງຖະໜົນ ແລະ ກຸ່ມສ່ຽງ 18 ຄອບຄົວ, ທີ່ສຳຄັນ ພະນັກງານໂຄງການ 45 ຄົນໄດ້ຮັບການຝຶກອົບຮົມຍົກລະດັບ ແລະ ພັດທະນາຄວາມຫລາຍດ້ານ ທີ່ກ່ຽວຂ້ອງກັບເດັກຂ້າງຖະໜົນ. ໂດຍໃຊ້ງົບປະມານເກືອບ 400.000 ໂດລາສະຫະລັດ.
*(ຂປລ): ກະຊວງແຮງງານແລະ ສະຫວັດດີການ ສັງຄົມ ແລະ ອົງການເພື່ອນມິດສາກົນ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ການຮ່ວມມື ຊ່ວຍເຫລືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນ ບໍລິຫານແບບຍືນຍົງໃນ ສປປ ລາວໄລຍະສອງ 2008-2011 ໂດຍຈະນຳໃຊ້ທຶນຊ່ວຍເຫລືອຈາກອົງການຈັດຕັ້ງສາກົນປະມານ 800.000 ກວ່າໂດລາສະຫະລັດ.
ຢ່າງໃດກໍຕາມ ບັນຫາເດັກຂ້າງຖະໜົນ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງກວ້າງຂວາງຂວາງເທົ່າທີ່ຄວນ ສະນັ້ນຈຶ່ງມີການຮ່ວມມືກັນໂຄງການຕື່ມອີກເພື່ອສືບຕໍ່ປະຕິບັດກິດຈະກຳຕ່າງໆຂອງໄລຍະທີ 1 ໃຫ້ໄດ້ຮັບຜົນສຳເລັດສູງໃນຕໍ່ໜ້າ. ຮ່ວມລົງນາມໃນຄັ້ງນີ້ ໂດຍແມ່ນທ່ານ ປະສິດ ເດເພົມມະເທດ, ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານແລະ ສະຫວັດດີການ ສັງຄົມ ແລະ ທ່ານເສັບສະຕຽນ ມາລ໋ອດ, ຫົວໜ້າອົງການເພື່ອນມິດສາກົນ ມີຕົວແທນຈາກສອງຝ່າຍຮ່ວມເປັນສັກຂີພິຍານນຳດ້ວຍ./.

1 comment:
ສະບາຍດີ ຈາກເວັບ
samakomlao.blogspot.com
Post a Comment