Monday, March 31, 2008

ໄປທ່ຽວພູອາສາ ຟັງຕຳນານປະຫວັດສາດ

ໄປທ່ຽວພູອາສາ ຟັງຕຳນານປະຫວັດສາດ* ນັກ​ທ່ອງ​ທ່ຽວ​ທັງ​ໃນ ແລະ ​ຕ່າງ ປະ​ເທດ​ຫລາຍໆ​ຄົນທີ່​ເຄີຍ​ມາ​ທ່ຽວ​ມາ​ສຳ​ພັດ​ກັບ​ດິນ​ແດນ​ອະລິຍະ​ທຳ ​ແຫ່ງ​ອານາຈັກ​ຕອນ​ໃຕ້​ນັ້ນກໍ​ຄື​ນະ ຄອນ​ຈຳປາ​ສັກ ​ແລະ​ກໍ​ແມ່ນ​ແຂວງ​ຈຳປາ​ສັກ​ໃນ​ປະຈຸ​ບັນນີ້​ເອງ. ມີ​ຫລາຍໆ​ທ່ານ​ອາດ​ບໍ່​ຫລົງ​ລືມ​ເມື່ອ​ໄດ້​ມາ​ສຳ​ພັດ​ດິນ​ແດ​ນ​ແຫ່ງ​ນີ້, ​ແຕ່​ບາງ​ຄົນ​ອາດ​ໄດ້​ຮູ້​ແຕ່​ຊື່​ສຽງ​ອັນ​ໂດ່ງດັງ​ຂອງ​ວັດ​ພູ​ຈຳປາ​ສັກ ຈຸດ​ສູນ​ກາງ​ແຫ່ງ​ອານາຈັກ​ຂອມ​ທີ່​ຮຸ່ງ​ເຮືອງ​ທີ່​ສຸ​ດ​ເມື່ອ 7-8 ສະຕະວັດ​ກ່ອນ​ໜ້ານີ້, ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຮູ້, ບໍ່​ໄດ້​ສຶກສາ​ປະຫວັດ ​ແລະ​ຄວາມ​ເປັນ​ມາ​ຂອງ​ວັດ​ພູ​ອາສາ ບ້ານ​ກຽດ​ໂງ້ງ​ເມືອງ​ປະທຸມ​ພອນ ແຂວງ​ຈຳປາ​ສັກ. ໃນ​ປະຈຸ​ບັນ, ບ້ານ​ກຽດ​ໂງ້ງ​ໄດ້​ເປັນ​ບ້ານ​ວັດທະ ນະທຳ​ແລ້ວ, ສະ​ເພາະ​ວຽກ​ງານ​ດ້ານ​ການ ທ່ອງ ທ່ຽວ​ແມ່ນ​ຈະ​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ການ​ຂີ່​ຊ້າງ​ຊົມ​ບຶງ, ຂີ່​ຊ້າງ​ຂຶ້ນຊົມ​ທັດສະ ນີ​ຍະ​ພາບ​ເທິງ​ພູ​ອາສາ, ຊົມ​ຜືນ​ປ່າ​ທີ່​ກວ້າງໃຫຍ່ຂອງ​ເຂດປ່າ​ສະ ຫງວນ​ດົງ​ຫົວ​ສາວ, ​ເຂດ​ອະນຸລັກ​ເຊ​ປຽນ, ​ແຕ່​ສ່ວນ​ໃຫຍ່ຈະ​ແມ່ນ​ແຂກ​ຕ່າງປະ​ເທດ​ເຊັ່ນ: ​ເອີຣົບ, ອາ​ເມ​ລິ​ກາ, ຍີ່ປຸ່ນ ແມ່ນ​ຈະ​ມັກ​ມາ​ທ່ຽວ​ທີ່​ສຸດ.
ຜູ້​ຂຽນ​ທຽວ​ໄປ​ມາ​ລະຫວ່າງ​ເມືອງ​ປາກ​ເຊ ​ແລະ​ເຂດ​ບຶງ​ພະ​ໂພ​ມາ​ຫລາຍ​ປີ ເພື່ອ​ເກ​ັບກຳ​ຂໍ້​ມູນ ແລະ​ສຶກສາ​ເລື່ອງ​ລາວ​ດັ່ງກ່າວ ຈາກ​ຜູ້​ເຖົ້າ ​ແລະ​ປຶ້ມປະຫວັດສາດ ​ເພື່ອ​ເຮັດ​ໃຫ້​ເລື່ອງ​ລາວ ​ແລະ​ຕຳນານ​ພະ​ສາ ​ແລະ​ບ້ານ​ກຽດ​ໂງ້ງ ​ເຊິ່ງມີ​ບູ ຮານ​ສະຖານ​ທີ່​ເປ​ັນປູ​ຍະ​ນິສະຖານ​ທີ່​ຄວນ​ແກ່​ການ​ອະນຸລັກ, ຮັກສາ​ແລະ​ສືບ​ສານ​ປະ​ເພນີ​ຮີດຄອງ ​ແລະ​ວັດທະ ນະທຳ​ເຮັດ​ໃຫ້​ດິນ​ແດນ​ແຫ່ງ​ນີ້​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທີ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ປະຫວັດສາດ ​ເຊິ່ງ​ເປັນ​ເລື່ອງ​ລາວ​ຜ່ານ​ມາ​ຫລາຍ​ຮ້ອຍ​ປີ ຈົນ​ສາມາດ​ເຮັດ​ໃຫ້​ບ້ານ​ແຫ່ງ​ນີ້ມີ​ຊື່​ສຽງ​ໂດ່​ງດັງ​ເລື່ອງ​ການທ່ອງ​ທ່ຽວ​ທີ່​ມີ​ສະຖານ​ທີ່​ສວຍ​ງາມ​ຈັບ​ອົກ​ຈັບ​ໃຈ ​ແຂກ​ຜູ້​ມາ​ທ່ອງ​ທ່ຽວ​ມາ​ແລ້ວ​ກໍ​ຢາກ​ມາ​ອີກ./.
ພວມ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫຼາຍ​ພາກ​ສ່ວນ; ໃນ​ນັ້ນ ກໍ່​ລວມ​ທັງ​ປະ​ຊາ​ຊົນ​ທົ່ວ​ໄປ​ພາຍ​ໃນ​ແຂວງ ເຊິ່ງ​ໄລ່​ມາ​ແຕ່​ເດືອນ 10 ປີ 2007 ເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ນັບ​ແຕ່​ອາ​ຍຸ 18 ປີ ລ້ວນ​ແຕ່​ໄດ້​ປະ​ກອບ​ສ່ວນ​ ຫ້າ​ພັນ​ກີບ​ຕໍ່​ເດືອນ ແລະ ພະ​ນັກ​ງານ ໜຶ່ງ​ໝື່ນ​ກີບ​ຕໍ່​ເດືອນ ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ ແລະ ມີ​ສ່ວນ​ຮ່ວມແກ່​ການ​ເປັນ​ເຈົ້າ​ພາບ​ຈັດ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ 8 ໃຫ້ປະ​ສົບ​ຜົນ​ສຳ​ເລັດຕາມ​ຄາດ​ໝາຍ. ທ່ານ ບຸນ​ຈັນ ບຸດ​ຊາວດອນ ຮອງ​ຫົວ​ນ້າ​ພະ​ແນກ​ກິ​ລາ-​ກາ​ຍະ​ກຳ ແຂວງ​ຈຳ​ປາ​ສັກ​ໃຫ້​ຮູ້​ວ່າ: ການ​ກະ​ກຽ​ມ​ບັນ​ດາ​ໂຄງ​ລ່າງ​ກິ​ລາ ມາ​ຮອດ​ປ​ັດ​ຈຸ​ບັນ ພວມ​ມີ​ປະ​ສິດ​ຜົນ; ສ່ວນ ການ​ຄັດ​ເລືອກ​ນັກ​ກິ​ລາ​ນັ້ນ ປະ​ຈຸ​ບັນ ກໍ່​ໄດ້​ເປີດແຂ່ງ​ຂັນ​ກິ​ລາ​ປະ​ຈຳ​ປີໃນ​ປະ​ເພດ​ຕ່າງໆ​ຢ່າງ​ຟົດ​ຟື້ນ ແລະ ຄາດ​ໝາຍ​ວ່າ​ຈະ​ສາ​ມາດ​ເຂົ້າ​ຮ່ວມ​ທຸກ​ປະ​ເພດ​ກິ​ລາ​ໃນ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ 8. ສຳ​ລັບ​ງົບ​ປະ​ມານ​ທີ່​ນຳ​ມາ​ໃຊ້​ໃຫ້​ແກ່​ການ​ກະ​ກຽມ ແລະ ຈະ​ຈັດ​ງານ​ນີ້; ທ່ານ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກິ​ລາ-​ກາ​ຍະ​ກຳ ແຂວງ​ຈຳ​ປາ​ສັກ ໃຫ້​ຮູ້​ວ່າ ໂດຍ​ສວ່ນ​ໃຫຍ່​ແມ່ນ​ງົບ​ປະ​ມານ​ຂອງ​ລັດ ເປັນ​ຕົ້ນ​ການ​ກໍ່​ສ້າງ​ປັບ​ປຸງ​ເດີ່ນ​ກິ​ລາ​ໃຫຍ່​ໃນ​ບໍ​ລິ​ເວນ​ຫຼັກ​ສອງ ທີ່​ຈະ​ໃຊ້​ເປັນ​ບ່ອນ​ຈັດ​ພິ​ທີ​ເປີດ-​ປິດ ແລະ ແຂ່ງ​ຂັນ​ກິ​ລາ​ບາງ​ປະ​ເພດ​ສຳ​ຄັນໆ ແລະ ອື່ນໆ. ໃນ​ສ່ວນ​ງົບ​ປະ​ມານ​ຮັບ​ໃຊ້​ບັນ​ດາ​ອະ​ນຸ​ກຳ​ມະ​ການ​ນັ້ນ ເຫັນ​ວ່າ​ຍັງ​ຈະ​ໄດ້​ມີ​ການ​ຂໍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫຼາຍ​ພາກ​ສ່ວນ​ຕື່ມ​ອີກ ຊຶ່ງ​ຈະ​ຕ້ອງ​ໃຊ້ງົບ​ປະ​ມານ​ບໍ່​ຕ່ຳ​ກວ່າ 15 ຕື້ກີບ​ໃນ​ວຽກ​ອະ​ນຸ​ກຳ​ມະ​ການ​ນີ້. ໃນ​ດ້ານ​ອື່ນ; ການ​ກະ​ກຽມ​ພວມ​ເປັນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຄາດ​ໝາຍ​ວ່າ​ຈະ​ສາ​ມາດ​ເປີດ​ການ​ແຂ​່ງ​ຂັນ​ໄດ້​ຕາມ​ກຳ​ນົດ​ໝາຍ​ແນ່ນອນ.
ຢ່າງ​ໃດ​ກໍ່​ດີ ຕາມ​ທ່ານ​ນາງ ພູນ​ສະ​ຫວັດ ອຸ່ນ​ນາ​ລົງ ນັ້ນ, ແຜນ​ການ​ເຄື່ອນ​ໄຫວ​ຈັດ​ຄອນ​ເສີດ ເພື່ອ​ຂອບ​ໃຈ ລູກ​ຄ້າ ເບຍ​ລາວ ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ຄົບ​ຮອບ 35 ປີ ແຫ່ງ​ການ​ກຳ​ເນີດ ບໍ​ລິ​ສັດ​ເບຍ​ລາວ ນີ້ ທຸກ​ສິ່ງ​ຢ່າງ​ຈະ​ເປັນ​ໄປ​ຕາມ​ທີ່​ໄດ້​ໂຄ​ສະ​ນາ​ປະ​ຊາ​ສຳ​ພັນ​ໄປ​ແລ້ວ​ນັ້ນ​ແນ່ນອນ; ສະ​ນັ້ນ ມວນ​ຊົນ​ຢູ່​ແຕ່​ລະ​ບ່ອນ ເຊິ່ງ​ເບຍ ລາວ​ມີ​ແຜນ​ໄປ​ຈັດ​ຄອນ​ເສີດ​ນັ້ນ​ກໍ່​ຂໍ​ໃຫ້​ອົດ​ໃຈ​ລໍ​ຖ້າ ບໍ່​ວ່າ​ຈະ​ເປັນ​ພີ່​ນ້ອງ​ແຂວງ ອຸ​ດົມ​ໄຊ ( 3 ເມ​ສາ 2008 ທີ່ ຫໍ​ວັດ​ທະ​ນະ​ທຳ ), ຊຽງ​ຂວາງ ( 5 ເມ​ສາ 2008 ທີ່ ເດີ່ນ​ກິ​ລາ​ແຂວງ) ແລະ ແຂວງ ວຽງ​ຈັນ ( 8 ເມ​ສາ 2008 ທີ່ ຕະ​ຫຼາດ ໂພນ​ໂຮງ ) ຈະ​ມ່ວນ​ແນ່ນອນ ກັບ​ສິ​ລະ​ປິນ​ຄຸນ​ນະ​ພາບ ແລະ ນັກ​ສະ​ແດງ​ກາ​ຍະ​ສິນ​ລະ​ດັບ​ຊາດ ກຽມ​ໃຈ, ກຽມ​ນັດ​ຄົນ​ຮູ້​ໃຈ, ຊວນ​ຄອບ​ຄົວ ..​.ໄດ້​ຊົມ​ແນ່ນອນ​ກ່ອນ​ປີ​ໃໝ່​ລາວ ປີ​ນີ້. ຮ່ວມ​ຊົມ ຮ່ວມ​ມ່ວນ ແບບ​ບໍ່​ໄດ້​ຈ່າຍ​ຄ່າ​ປີ້ ກັບ ບໍ​ລິ​ສັດ​ເບຍ​ລາວ ຢ່າ​ລືມເດີ !

0 comments: