Monday, March 3, 2008

ຊ່ວຍເຫລືອເດັກຂ້າງຖະຫນົນ




ກະຊວງ​ແຮງ​ງານ​ແລະ ​ສະຫວັດດີ​ການ ​ສັງຄົມລະບຸ​ວ່າ: ການ​ປະຕິບັດ​ວຍກງານ​ດັ່ງກ່າວ​ ໃນ​ໄລຍະ 3 ປີຜ່ານມາ 2005-2007 ແມ່ນ​ສາມາດ​ຊ່ວຍ​ເຫລືອ​ເດັກ ​ແລະ ​ໄວ​ໜຸ່ມ​ຂ້າງ​ຖະໜົນ​ໃນ​ນະຄອນຫລວງ​ວຽງ​ຈັນ​ຄືນ​ສູ່​ຄອບຄົວ, ທັງ​ປ້ອງ​ກັນ​ບໍ່​ໃຫ້​ເດັກ ທີ່​ຢູ່​ໃນ​ຄວາມ​ສ່ຽງ​ຕົກ​ເປັນ​ເດັກ​ຂ້າງ​ຖະໜົນ ​ຢ່າງ​ມີ​ປະສິດທິ​ຜົນ ​​ເປັນຕົ້ນ: ​ໄດ້​ເປີດ​ສູນ​ບໍລິການ​ໜຶ່ງ​ແຫ່ງ ມີ​ເດັກ​ເຂົ້າ​ມາ​ບໍລິການ​ປະມານ 35-40 ຄົນ/ວັນ, ​ໃນ​ນັ້ນມີ​ເດັກ​ຈຳນວນ 30-40 ຄົນ ​ໄດ້​ຮັບ​ເຂົ້າ​ກິນ​ພັກ​ເຊົາ​ຕະຫລອດ 24 ຊົ່ວ​ໂມງ; ​ເປີດ​ຮ້ານ​ອາຫານ ​ແລະ ຮ້ານ​ສ້ອງ​ແປງ​ລົດຈັກ ​ເປັນ​ການ​ສ້າງ​ລາຍ​ຮັບ ທັງ​ຝຶກ​ອົບຮົມ​ວິຊາ​ຊີບ; ​ໄດ້​ປຸກລະດົມ​ເດັກ​ເດັກ​ກັບ​ຄືນ​ສູ່​ຄອບຄົວ​ຈຳນວນ 80 ຄົນ. ນອກ​ນີ້ຍັງ​ໄດ້​ໃຫ້ການສົ່ງ​ເສີມ​ການສ້າງລາຍ​ຮັບ​ແກ່​ຄອບຄົວ​ເດັກ​ຂ້າງ​ຖະໜົນ ​ແລະ ກຸ່ມ​ສ່ຽງ 18 ຄອບຄົວ, ທີ່​ສຳຄັນ ພະນັກງານ​ໂຄງການ 45 ຄົນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຍົກ​ລະດັບ ​ແລະ ພັດທະນາ​ຄວາມ​ຫລາຍ​ດ້ານ ທີ່​ກ່ຽວຂ້ອງ​ກັບ​ເດັກ​ຂ້າງ​ຖະໜົນ. ​ໂດຍ​ໃຊ້​ງົບປະມານ​ເກືອບ 400.000 ໂດ​ລາ​ສະຫະລັດ.



*(ຂປລ): ກະຊວງ​ແຮງ​ງານ​ແລະ ​ສະຫວັດດີ​ການ ​ສັງຄົມ ​ແລະ ອົງການ​ເພື່ອນ​ມິດສາ​ກົນ ​ໄດ້​ຮ່ວມລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ​ເພື່ອ​ສືບຕໍ່ການ​ຮ່ວມ​ມື ຊ່ວຍ​ເຫລືອ​ເດັກ​ຂ້າງ​ຖະໜົນ ​ແລະ ສ້າງ​ບຸກຄະລາ​ກອນ ບໍລິຫານ​ແບບ​ຍືນ​ຍົງ​ໃນ ສປປ ລາວ​ໄລຍະ​ສອງ 2008-2011 ໂດຍ​ຈະ​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ຈາກ​ອົງການ​ຈັດຕັ້ງສາກົນປະມານ 800.000 ກວ່າ​ໂດ​ລາ​ສະຫະລັດ.



ຢ່າງ​ໃດ​ກໍ​ຕາມ ບັນຫາ​ເດັກ​ຂ້າງ​ຖະໜົນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ກວ້າງຂວາງ​ຂວາງ​ເທົ່າ​ທີ່​ຄວນ ສະນັ້ນຈຶ່ງ​ມີ​ການ​ຮ່ວມ​ມື​ກັນ​​ໂຄງການຕື່ມ​ອີກ​ເພື່ອ​ສືບຕໍ່​ປະຕິບັດ​ກິດຈະກຳ​ຕ່າງໆ​ຂອງ​ໄລຍະ​ທີ 1 ​ໃຫ້ໄດ້​ຮັບ​ຜົນສຳ​ເລັດສູງ​ໃນຕໍ່ໜ້າ. ຮ່ວມ​ລົງ​ນາມ​ໃນ​ຄັ້ງນີ້ ໂດຍ​ແມ່ນ​ທ່ານ ປະສິດ ​ເດ​ເພົມມະ​ເທດ, ຫົວໜ້າ​ກົມ​ສັງຄົມ​ສົງ​ເຄາະ ກະຊວງ​ແຮງ​ງານ​ແລະ ​ສະຫວັດດີ​ການ ​ສັງຄົມ ​ແລະ ທ່ານ​ເສັບ​ສະ​ຕຽນ ມາ​ລ໋ອດ, ຫົວໜ້າອົງການ​ເພື່ອນ​ມິດສາ​ກົນ ມີ​ຕົວ​ແທນ​ຈາກ​ສອງ​ຝ່າຍ​ຮ່ວມ​ເປັນ​ສັກຂີ​ພິຍານ​ນຳ​ດ້ວຍ./.

1 comments:

samakomlao said...

ສະບາຍດີ ຈາກເວັບ
samakomlao.blogspot.com